ລາວຕ້ອງເປັນເອກຣາດຂອງຊາດ
ໃນທ່າມກາງ ການແພ່ອິດທິພົນຂອງ ເພື່ອນບ້ານ ແລະ ມະຫາອຳນາດ

- ການເດີນປະທ້ວງ ຢ່າງຟົດຟື້ນ ຂອງບັນດາການຈັດຕັ້ງເອເຊັຍ, ເລີ້ມແຕ່ ອານຸສາວະຣີອິສຮະພາບ ແຫ່ຜ່ານຫໍ ”ແອຟແຟລ” ໄປເຖິງ ”ຈະຕຸຣັດສິດທິມະນຸດ” ຫລື ຕະໂຣກາເດໂຣ ນະຄອນຫວງປາຣີສ , ພ້ອມ ພາກັນ ປະນາມ ລະບອບ ຜະເດັດການ , ການສໍ້ລາດບັງຫລວງ , ການບໍ່ມີຍຸຕິທັມໃນສັງຄົມ , ການບໍ່ນັບຖືສິດທິມະນຸດ ຂອງ ບັນດາ ພວກປົກຄອງແບບຜະເດັດການ ໃນເອເຊັຍ . La Marche des Organisations des Pays asiatiques en lutte pour la liberté et les droits de l’homme, depuis la Statue de la Liberté pour diriger vers la Place des Droits de l’homme ou Trocadéro à Paris , en passant par la Tour Eiffel , pour dénoncer ensemble la dictature, la corruption et le non respect des droits de l’homme des Dictateurs en Asie.
ເຫັນວ່າ ໃນປະຈຸບັນນີ້ສະຖານະການໃ ນອາຊີຕາເວັນອອກ ສ່ຽງ ໃຕ້ ໄດ້ມີການຫ ມູນວຽນປ່ຽນແປ ຯຢ່າງຜິດ ປົກຕິ ໂດຍສະ ເພາະ ປະເທດເພື່ອນບ້ານແລະມະຫາອຳນາດ ໄດ້ເຂົ້າມາມີບົດ ບາດ ໃນ ລາວ, ລາວເປັນປະເທດ ນ້ອຍ ດ້ອຍພັທນາແລະ ປົກຄອງ ແບບ ຜະ ເດັດການ ທີ່ຈັດຢູ່ໃນປະເທດ ທີ່ທຸກຍາກທີ່ສຸດ ໃນໂລກ ແລະ ມີການ ສຳພັນ ພິເສດ ກັບວຽດນາມ , ເພາະວ່າ ຜູ້ນຳລາວໄດ້ ອຳນາດກໍ່ຍ້ອນ ພັກ ຄອມມຸນິ ດວຽດນາມ. ຫລັງ ຈາກລະບອບ ຄອມມຸນິດ ໃນພາກພື້ນ ຢູຣົບຕາເວັນອອກ ແລະ ສະຫະພາບ ໂຊວຽດ ຣັດເຊັຽພັງທະລາຍ ລົງແລ້ວ ລາວກໍ່ໄດ້ ຊອກຫາທີ່ເພິ່ງ ແຕ່ຈະຫນີຈາກແກວບໍ່ໄດ້ ເພາະ ”ຮາໂນຍ” ເປັນ ຜູ້ສ້າງຕັ້ງ ສປປລາວ. ປະເທດໄທ ຊຶ່ງມີຜົນປໂຍດ ທາງດ້ານ ເສຖກິດ ແຕ່ອິດທິ ພົນ ທາງການເມືອງໃນລາວມີຫນ້ອຍ, ສ່ວນ ຈີນ ມີ ຜົນປໂຍດທາງດ້ານຍຸດທະສາດ ຈຶ່ງຫາວິທີປັດເຂັ່ຽ ອິດທິ ພົນ ຂອງວຽດ ນາມ ໃນລາວ,ເພື່ອເອົາລາວເປັນເມືອງ ຜ່ານສິນ ຄ້າ ຈີນ ອອກໄປສູ່ຕລາດສິນຄ້າໄທແລະ ອາຊີ, ດັ່ງ ນັ້ນຈຶ່ງມີ ຄວາມ ສຳຄັນໃນການສ້າງຖນົນ ແຕ່ຈີນຫາໄທ, ມີຄວາມຕ້ອງ ການໃຫ້ ລາວສົ່ງວັດຖຸດິບ ຫລື ຊັພຍາກອນ ທັມຊາດເຂົ້າຈີນ ເຊັ່ນ : ໄມ້ ພືດ ຜົນແລະແຮ່ທາດຕ່າງໆ. ຈີນແລະວຽດນາມໃຊ້ພິກໄຫວ ເພື່ອສ້າງ ອິດທິພົນໃນ ລາວ, ແຕ່ ຈີນຢາກເຮັດ ໃຫ້ແຜນແກວກືນ ກິນລາວ ລົ້ມແຫລວ ແຕ່ບໍ່ສຳ ເຣັດ, ຈີນຊຸກໃຫ້ລາວສ້າງເຂື່ອນໃສ່ນ້ຳຂອງເຂດໄຊຍະບູຣີ ຕາມໂຄງ ການ ເພື່ອຕ້ານກັບແກວແລະ ເພື່ອໃຫ້ລາວຜິດກັບແກວຈົນເຖິງຂັ້ນລົບລ້າງສັນຍາລາວ-ວຽດ ປີ 1977, ແລ້ວຫັນມາຟື້ນຟູສັນຍາເຊີແນວ 1962. ນອກນີ້ ແກວກໍ່ ກຳລັງຈະຫມົດອິດທິພົນໃນຂເມັນ.
ຍ້ອນຄວາມຕຶງຄຽດຣະຫວ່າງຈີນ ແລະວຽດນາມກ່ຽວກັບເຂດແດນຕາມຫມູ່ດອນໃນທະເລ ,ເມືອ່ ປີຜານມາຈີນໄດ້ເຮັດແຜນທີໃຫມ່ ກວມເອົາຫລາຍ ແຂວງຂອງວຽດນາມ. ເພື່ອທ້າທາຍຈີນ,ແກວຈຶ່ງໄດ້ສັ່ງຊື້ເຮືອດຳນ້ຳແລະເຮືອບິນຣົບ ນຳຣັດເຊັຽແ ລະພ້ອມດຽວ ກັນກໍ່ແລ່ນໄປຂໍຄວາມຊ່ວຍເຫລືອທາງທະຫານນຳສະຫະຣັດ . ເດືອນຜ່ານມາ ວຽດນາມ ແລະ ສະຫະຣັດໄດ້ຟຶກຊ້ອມຣົບ ຮ່ວມກັນເປັນຄັ້ງໃຫຍ່ ປະ ກອບດ້ວຍ ກຳປັ່ນຣົບແລະຟູງເຮືອບິນຣົບທີ່ທະເລຈີນໃຕ້ໃກ້ກັບເຂດຫມູ່ດອນທີ່ຈີນແລະວຽດ ນາມຂັດ ແຍງກັນ, ຈີນໄດ້ ປະ ທ້ວງວ່າ ສະຫະຣັດເຂົ້າຂ້າງວຽດນາມ ໃນການຂັດແຍ້ງກັນນີ້, ຣັຖມົນຕີກ ະຊວຯການ ຕ່າຯປະເທດສະຫະຣັດ ຍານາງ ຮ.ກລິນຕົນ ກ່າວວ່າ :”ທຸກສິ່ງ ທຸກຢ່າງແມ່ນເພື່ອປົກປັກສະຖຽນ ຣະພ າບແລະສັນ ຕິພາບໂດຍສະເພາະນ່ານນ້ຳແລະນ່ານຟ້າເພື່ອການຄົມນາຄົມຢ່າຯເສຣີໃນພູມີພາກນີ້”. ໃນມໍ່ໆມານີ້ອີງຕາມຂ່າວ ຈາກ ຫນັງສືພິມໃນອາຊີ,ໂທຣະທັດແລະຈາກຜູ້ຮ່ວມງານໃນລາວວ່າ ໄດ້ມີການເຄື່ອນໄຫວແລະຈະມີການປ່ຽນແປງທາງດ້ານການເມືອງແລະການທະຫານໃນອາຊີອາຄະເນແລະ ກຳລັງດຳເນີນໄປຢ່າງຄຶກຄື້ນແລະຕຶງຄຽດ, ມີການ ແຂ່ຯຂັນກັນສ້າຯແລະຊື້ອາວຸດຍຸດໂທປະກອນເພື່ອປົກປ້ອຯອະທິປະໄຕເຂດນ້ຳແດນດິນແລະຜົນປໂຍດຂອງຊາດຕົນ , ນັກວິເຄາະສາກົນ ດ້ານການເມືອງຕ່າງປະເທດວ່າເປັນ ຫນ້າແປກໃຈທີ່ວຽດນາມຊຶ່ຯປະກາດວ່າ ”ສະຫະຣັດອາເມ ຣິກາເປັນຈັກພັດ ຣຸກຣານແລະເປັນສັດຕູນ້ຳເ ບີ້ ນຶ່ງ ໄດ້ກາຍມາເປັນຜູ້ຮັກຜູ້ແພງ ທັງໄດ້ຮັບການຊ່ວຍທາງທະຫານ ເພື່ອຈະຕ້ານຈີນ ຢ່າງເຕັມຢຽດ”. ສະຫະຣັດທີ່ໄດ້ຫາຍຫນ້າໄປຈາກພູມີພາກນີ້ ຫລັງຈາກສົງຄາມ ວຽດ ນາມກໍ່ໄດ້ ມາ ມີຫນ້າສຳຄັນໂດຍບໍ່ນຶກບໍ່ຟັນ. ເມື່ອເດືອນຜ່ານມາ ນາຍພົນ ດວງໃຈ ພິຈິດ ຮອງນາຍົກຣັຖມົນຕີ ຣັຖມົນຕີປ້ອງກັນປະ ເທດລາວ ກໍ່ໄດ້ຂໍໄປພົບ ນາຍົກຣັຖມົນ ຕີຈີນ ເວນ ເຊັຽບາວ ຢູ່ທີ່ປັກກິ່ງ , ຈີນໄດ້ໃຫ້ຄຳຫມັ້ນສັນຍາ ວ່າຈະເສີມຂຍາຍ ຄວາມສ ຳພັນທາງດ້ານທະຫານແລະດ້ານອື່ນໆ ຣະຫວ່າງສອງປະເທດ. ອົງການຂ່າວ ”ຊິນຫົວ” ຂອງຈີນເວົ້າວ່າ ທ່ານເວນ ໄດ້ອ້າຯເຖິຯຄວາມຈຳ ເປັນກ່ຽວກັບການຮ່ວມມືຢ່າຯໃກ້ຊິດທາຯດ້ານການເມືອຯ ການຄ້າ ເສຖກິດ ວັທນາທັມແລະ ການປ້ອງກັນ ປະເທດ. ຕໍ່ມານາຍພົນ ດວງໃຈ ກໍ່ໄດ້ພົບ ຣັຖມົນຕີກະຊວງ ປ້ອງກັນປະເທດຈີນແລະໄດ້ ຕົກລົງເຊັນສັນຍາໃນການຮ່ວມມື, ທ່ານຣັຖມົນຕີຈີນ ກ່າວວ່າ ຄວາມສຳພັນຂອງ ຈີນກັບກອງທັບລາວແມ່ນນອນຢູ່ໃນຜົນປໂຍດຂອງປະຊາຊົນທັງ ສອງປະເທດຕລອດທັງຄວາມຫມັ້ນຄົງ ແລະການພັທນາ ຂອງຂົງເຂດພູມີພາກ. ເມື່ອເປັນດັ່ງ ນີ້ ຖ້າຈີນ ຫາກສົ່ງບັນດານັກຊຽວຊານທະຫານມາປະຈຳຢູ່ວຽງຈັນ, ວຽດນາມຈະ ວ່າແນວໃດ ? ຕາມຂ່າວທີ່ກ່າວ ມານີ້ ຄວາມຮຸນແຮງ ແລະຄວາມຂັດແຍ້ງໃນເຣື້ອງຜົນປໂຍດ ຣະຫວ່າງສອງມະຫາອຳນາດຄື ຈີນແລະອາເມຣິກາ ກຳລັງຟົ້ດຂຶ້ນໃນອາຊີ ໂດຍສະເພາະໃນບັນດາປະເທດລຸ່ມແມ່ນ້ຳຂອງ,ເຊັ່ນບໍ່ນ້ຳມັນຢູ່ຂເມັນກໍ່ເ ປັນປັດໃຈນຶ່ງ ທີ່ມະ ຫາອຳນາດກຳລັງຫຸ້ມຕອມຢູ່, ຕໍ່ນັ້ນມາສະຫະຣັດ ກໍໄດ້ເປັນເຈົ້າການໃນການ ຊ້ອມຣົບຢູ່ຂເມັນ, ກ່ອນຫນ້ານີ້ຈີນໄດ້ ມອບຣົດທະຫານ ແລະອຸປກອນ ສຳພາວຸດໃຫ້ ກອງທັບຂເມັນ, ວຽດນາມທີ່ມີອຳນາດທາງການເມືອງໃນຂເມັນ ກໍ່ຕິດຕາມຂເມັນ ຢ່າງໃກ້ ຊິດ. ແຕ່ເຖິງຢ່າງໃດມັນ ກໍ່ແມ່ນການຍາດແຍ່ງອິດທິ ພົນກັນ ໃນທາງຕົງ ແລະທາງອ້ອມຣະ ຫວ່າງຈີນແລະສະ ຫະຣັດ. ໃນຂັ້ນຕໍ່ໄປກອງທັບວຽດນາມອາດຈະ ກາຍເປັນພຽງແຕ່ ກອງທັບ ຮັບຈ້າງຂອງສະຫະ ຣັດ .ເມື່ອມີການ ຍາດແຍ່ງກັນນີ້, ຈີນຈຶ່ງຫາວິທີເອົາລາວເປັນທີ່ຕັ້ງຍຸທສາດແລະເປັນແປ້ນ ຢັນ. ໄທເປັນພາຄີຂອງ ສະຫະຣັດທີ່ມີເຂດແດນ ຕິດກັບຂເມັນຊຶ່ງໄດ້ມີການຂັດແຍ່ງກັນກໍ່ຊອກທຸກ ວິທີເພື່ອ ເຂົ້າຫາຜົນປໂຍດ, ເພາະເສຖກິດ ໄທ ຫາກໍ່ຍໍຫົວຂຶ້ນມາ. ສ່ວນພະມ້າທີ່ຂັດແຍ່ງກັບໄທແຕ່ສະຫະຣັດຢາກໃຫ້ ມີການ ປອງດອງກັນຣະຫວ່າງຣັຖບານ ແລະຟ່າຍ ຄ້ານ, ແຕ່ຈິນໄດ້ເຂົ້າໄປຊ່ວຍ ເຫລືອພະມ້າ ໃນຫລາຍໆດ້ານ ແລ້ວ. ຈີນຈະບໍ່ລືມ ເມື່ອປີ 1979 ຈີນໄດ້ຕີ ”ສັ່ງສອນ” ວຽດນາມທີ່ເຂົ້າໄປຍຶດດິນຊາຍແດນຈີນ-ວຽດນາມ, ເມື່ອວຽດນາມໄດ້ເສັຍໄຊ, ຜູ້ນຳລາວໄດ້ພ້ອມແກວ ແລະ ປະກາດວ່າ ”ຈີນ ເປັນ ສັດຕູນ້ຳ ເບີ້ນຶ່ງຂອງສາມຊາດ ອິນດູຈີນ” . ນອກຈາກນີ້ ມະຫາອຳນາດທາງພາກ ພື້ນຢູ ຣົບ ໂດຍສະເພາະ ປະເທດຟຣັ່ງເສດ ກຳລັຯເຂົ້າໄປມີ ບົດບາດສຳຄັນ ໃນລາວ.
ຖ້າເປັນດັ່ງນີ້ ລາວຈະຊອກທາງອອກ ເພື່ອຢືນຢູ່ເປັນ ເອກຣາດຂອງຊາດ ບໍ່ຢູ່ໃຕ້ອຳນາດຕ່າງດ້າວ ແບບ ໃດ ? ຕາມສະພາບປະຈຸບັນ ໃນການຫມູນວຽນຂອງໂລກ, ພວກເຮົາ, ”ສະພາຮ່ວມຊາດລາວເພື່ອປະຊາທິປະໄຕ” ບໍ່ວ່າຍາມໃດກໍຕໍ່ສູ້ເພື່ອຄວາມເປັນລາວແລະເພື່ອເອຫຣາດຂອງຊາດ ເຫັນວ່າມີແຕ່ທາງດຽວ ຄືທາງ ”ທັມມະ”, ບໍ່ ພ້ອມທາງໃດ ຕ້ອງຢູ່ເປັນເອກຣາດຂອງຊາດ ແບບເສຣີປະຊາທິປະໄຕ ເພື່ອຫລີກລຽຯການເປັນຫົວເມືອຯຂຶ້ນ ໃນທາຯຕົຯຫລືທາຯອ້ອມຂອຯຕ່າຯປະເທດ, ສ່ວນຣະ ບອບຜະເດັດການທຸກ ຮູບແບບ ຈະເປັນຊ້າຍຈັດຫລືຂວາຈັດ ແມ່ນບໍ່ເຫມາະສົມແລະບໍ່ສອດຄ່ອຯກັບຄວາມຮຽກຮ້ອຯຕ້ອຯການ ຂອຯປະ ຊາຊົນລາວ, ເພາະລາວເປັນປະ ເທດ ນ້ອຍ ຕ້ອຯເປັນມິຕທີ່ດີກັບທຸກປະເທດ ໂດຍຖືເອົາຫລັກ ”ປັນຈະສີລາ” ຄື ການຢູ່ຮ່ວມກັນໂດຍສັນຕິວິທີ,,ນັບຖື ເອກຣາດແລະ ອະທິປະໄຕເຂດນ້ຳແດນດິນຂອຯກັນ ແລະ ກັນ, ບໍ່ແຊກແຊຯ ກິຈການພາຍໃນຂອຯກັນ, ແກ້ໄຂບັນ ຫາຂັດແຍ່ຯກັນໂດຍທາຯການທູດ ຫລື ທາງສັນຕິຕາມກົດບັດສະຫະ ປະຊາ ຊາດ, ຜູກສຳພັນກັບທຸກປະເທດ ບົນພື້ນ ຖານແຫ່ຯຄວາມສເມີພາບ ໂດຍສະເພາະກັບປະເທດເພື່ອນບ້ານ, ບໍ່ອະນຸ ຍາດ ໃຫ້ປະເທດໃດມາຕັ້ຯຖານທັບແລະ ເຂົ້າມາໃຊ້ດິນລາວ ເພື່ອແຊກແຊຯປະເທດອື່ນ. ເພື່ອຈະໄດ້ດັ່ຯນີ້ ລາວ ຕ້ອຯມີການນຳພາໂດຍໃຊ້ສະຕິປັນຍາ ເບິ່ຯກວ້າຯເຫັນໃກ ເພື່ອປະເທດຊາດແລະປະຊາຊົນລາວ ດ້ວຍຄວາມ ຮັກຊາດອັນບໍຣິສຸດໃຈ,ມີຍຸຕິທັມ ໃນສັຯຄົມ, ບໍ່ແມ່ນເພື່ອບຸກຄົນໃດ, ກຸ່ມໃດ ຫລື ປະເທດອື່ນໃດ ແລະ ຕ້ອງມີຄວາມ ເສັຽສລະເພື່ອຊາດລາວເທົ່ານັ້ນ. ລາວຕ້ອງເປັນເອກຣາດຂອງຊາດ ບໍ່ຢູ່ໃຕ້ອຳນາດ ຕ່າງດ້າວ,ຕ້ອງປົກຄອງແບບ ເສຣີປະຊາທິປະໄຕ ຫລີກ ເວັ້ນແບບຜະເດັດການທຸກຮູບແບບ. ສະນັ້ນ ມັນເປັນໂອກາດ ອັນດີແລ້ວ ທີ່ລາວຢູ່ພາຍໃນ ແລະ ນອກປະເທດ ຈະ ຕ້ອງເປັນເອກພາບ ເຂົ້າໃນວົງສາຄະນາຍາດດຽວກັນ ເພື່ອຮ່ວມແນວຄິດ ໃນການປະຕິຮູບການປົກຄອງ ໂດຍ ດ່ວນ ດ້ວຍຄວາມບໍຣິສຸດໃຈ ໂດຍໃຊ້ເຫດແລະໃຊ້ຜົນ ແບບ ”ອ້າຍຮູ້ສອງນ້ອງຮູ້ນຶ່ງ” ເພື່ອໃຫ້ທັນກັບເຫດການແລະ ເພື່ອບໍ່ໃຫ້ປະເທດຊາດອັນແສນຮັກ ແລະ ຫວງແຫນຂອງລາວ ເຮົາຫລົ້ມຈົມ ແລະ ຕົກເປັນຫົວເມືອງຂຶ້ນ ແບບ ເກົ່າ ຫລື ແບບໃຫມ່ ໃນທາງຕົງຫລືທາງອ້ອມ ເຫມືອນດັ່ງຜ່ານມາ ແລະ ປະຈຸບັນ ທີ່ພວກເຮົາຄວນເອົາ ເປັນ ບົດຮຽນ . ປະເທດ ລາວຫລືແຜ່ນດິນລາວຕ້ອງເປັນຂອງຄົນ ລາວທີ່ ຢຸ່ພາຍໃນແລະນອກປະເທດທຸກຖ້ວນຫນ້າ ເພາະບໍ່ມີຊາດ ໃດ ດອກຈະມາຮັກປະເທດລາວ ເຫມືອນລາວເຮົາຮັກປະເທດ ຂອງຕົນ.
ຄນະກັມການ ສຶກສາ ວິໃຈແລະວາງແຜນການເມືອງ ຂອງ ”ສະພາຮ່ວມຊາດລາວ”
Chargement