ປະຊາຊົນພໍໃຈນຳຜູ້ນຳພັກ-ຣັຖ ບໍ່ ?
ປະຊາຊົນພໍໃຈນຳຜູ້ນຳພັກ-ຣັຖ ບໍ່ ?
Le peuple est-il content avec le Parti ?
ໃນຄຳຖາມນີ້ ມີຫລາຍຄົນໃຫ້ທັສນະຕ່າງກັນ ! ບາງຄົນກໍ່ວ່າມີບາງບ່ອນທີ່ເພິ່ນໄດ້ສ້າງ ສາ ແຕ່ບໍ່ສົມ ກັບຄວາມໂຄສະນາ ແລະ ການສ້າງສາ ໃນໄລຍະ 30 ກ່ວາປີ ນີ້ ຖ້າຈະປຽບໃສ່ປະເທດໃກ້ຄຽງ ໃນໄລຍະ ດຽວກັນ ແລະ ຈຳນວນເງີນທີ່ໄດ້ຮັບຈາກການຊ່ວ່ຍເຫລືອ ອັນມະຫາສານຂອງປະເທດເພື່ອນມິດ ແລະ ອົງ ການສາກົນ ? ບາງຄົນກໍ່ວ່າ ການສ້າງສາສຳລັບສ່ວນຮ່ວມເຊັ່ນ ໂຮງຫມໍ ໂຮງຮຽນ…ແລະ ເຮັດໃຫ້ປະຊາ ຊົນພົ້ນອອກຈາກຄວາມທຸກຍາກ ດ້ອຍພັທນາ ມີການຢູ່ດີກິນດີ ມີອະນາຄົດອັນແຈ່ມໃສນັ້ນ ອາດຈະເວົ້າໄດ້ ວ່າບໍ່ມີເລີຍ, ເພາະປະຊາຊົນກໍ່ຍິ່ງທຸກຍາກກ່ອນສໄມຜ່ານມາ, ນອກຈາກການສ້າງເຮືອນ ວິລລາ ອັນໃຫຍ່ໂຕ ມະໂຫລານຂອງບັນດາຜູ້ນຳພາ ພ້ອມດ້ວຍຣົດງາມໆທີ່ໄດ້ເຫັນຕາມຫົວເມືອງຕ່າງໆ. ແຕ່ໃນຂນະດຽວ ກັນ ປະຊາຊົນລາວຍັງຢູ່ກິນແບບເຂົ້າຂາດແລງແກງຂາດຫມໍ້ ຢູ່ເຮືອນຕູບນ້ອຍໆ ຈຶ່ງອົດກັ້ນຄວາມທຸກຍາກບໍ່ໄດ້ ພາກັນແຕກພຸພ່າຍ ໄປຊອກທຳມາຫາກິນ ໃນປະເທດໄທ ໃນຫລາຍໆດ້ານ ໂດຍສະເພາະ ຜູ້ຍິງ ໄປຮັບໃຊ້ ເຮັດວຽກນຳ ບາຣ ຊ່ອງ ໂສເພນີ ຢ່າງຫນ້າສົມເພດເວທນາ ພ້ອມທັງຖືກທຸບຕີ ຂູດຮີດຈາກນາຍຈ້າງ ຊຶ່ງບໍ່ ເຄີຍມີມາໃນປະວັດສາດ.
ປີນີ້ ເປັນປີຄົບຮອບ 36 ປີທີ່ ”ພັກປະຊາຊົນປະຕິວັດ” ໄດ້ຢຶດອຳນາດ ໂດຍການຊຸກຊ່ວຍຈາກ ພັກ ຄອມມຸນິດວຽດນາມແລະໄດ້ສະຖາປະນາລາວ ເປັນ”ສາທາລະນະລັດປະຊາທິປະໄຕປະຊາຊົນລາວ” ຄື ຕັ້ງແຕ່່ ວັນທີ 02 ທັນວາ 1975 ເປັນຕົ້ນມາ ໂດຍນຳເອົາຣັດທິ ”ມາກ-ເລນິນ” ເຂົ້າມາ ປົກຄອງລາວ ແລະໄດ້ປະກາດວ່າ ຈະສ້າງລາວໃຫ້ຈະເຣີນ ປະຊາຊົນຈະມີຄວາມສຸກກາຍສະບາຍໃຈ; ໄດ້30 ກວ່າປີຜ່ານ ມານີ້ ປະຊາຊົນກໍລໍຄອຍເລື້ອຍໆມາແລະຄວາມທຸກຈົນຂອງເຂົາເຈົ້າກໍຍິ່ງທະວີຂຶ້ນທຸກໆມື້ , ເງີນກີບບໍມີຣາ ຄາ , ພັກ-ຣັດໄດ້ພິມອອກໂດຍບໍມີການຮັບປະກັນ ທັງບໍມີການຈຳກັດ ກໍເລີຍກາຍເປັນເສດເຈັ້ຍ ບໍມີຣາຄາ, ການຜລິດສິນຄ້າຂາຍອອກນອກປະເທດເກືອບເວົ້າວ່າ ບໍມີ , ມີແຕ່ສິນຄ້າຕ່າງປະເທດລຸລັ່ງເຂົ້າມາ ໂດຍສະ ເພາະ ມາຈາກໄທ,ຈີນແລະວຽດນາມ ຖືກວາງຂາຍຕາມບາ້ນນອກແລະເມືອງຕ່າງໆ; ສິນຄ້າເລົ່ານີ້ຕິດຣາຄາ ເປັນເງິນດອນລາຫຼືເງິນບາດ, ຣັຖກອນ ນາຍຄູ ນາຍຫມໍ ທະຫານຕຳຣວດ ບໍ່ໄດ້ຮັບເງິນເດືອນຢ່າງສມ່ຳສເມີ ຈຳເປັນຕ້ອງຊອກຫາກິນທາງອື່ນ ບາງຄັ້ງກໍເປັນທາງບໍ່ຊອບທຳ ຜິດກົດຫມາຍ. ຜູ້ນຳປະຈຸບັນ ຢູ່ແບບສືບມື້ ໂດຍອາໄສຕັ້ງແຕ່ເງິນຊ່ວຍເຫລືອຈາກສາກົນ ທີ່ຊ່ວຍປະຊາຊົນລາວ ໃຫ້ພົ້ນຈາກຄວາມທຸກຍາກ, ນອກນີ້ ແມ່ນຂາຍພລັງໄຟຟ້າໃຫ້ໄທ ຢ່າງດຽວ ໂດຍສະເພາະຈາກເຂື່ອນທ່າລາດ ທີ່ພວກລະບອບເກົ່າ ໄດ້ສາ້ງໄວ້, ສ່ວນເຂື່ອນອື່ນໆທີ່ກຳລັງສ້າງຢູ່ນີ້ກໍມີບັນຫາແລະສ້າງບໍ່ແລ້ວຈັກເທື່ອ. ແຕ່ກ່ອນໄດ້ເງິນນຳຂາຍໄມ້ ດຽວນີ້ປ່າ ໄມ້ກໍກຸດຫ້ຽນໄປໝົດແລ້ວເພາະທະຫານແກວເປັນກອງພັນເຂົ້າມາລັກລອບຕັດໄມ້ໂດຍການສົມຮູ້ຮ່ວມຄິດນຳຜູ້ນຳລາວ. ພັກ-ຣັດບໍມີທາງອອກໃນດ້ານເສຖກິດ ຈິ່ງຫາວິທີລວງຕາມະຫາອຳນາດ ແລະສາກົນໃນການເປີດ ກວ້າງທາງດ້ານເສຖກິດ ໄດ້ຮຽກຮ້ອງໃຫ້ບັນດາປະເທດນາຍທຶນໄປລົງທຶນໃນລາວ ມີບາງປະເທດແລະ ບໍຣິ ສັດສາກົນໄປທົດລອງລົງທຶນກໍໄດ້ຖືກຕົວະຕົ້ມ. ນອກຈາກການລົງທຶນຂອງແກວແລະເຈັກ ເພາະສອງປະເທດ ນີ້ ມາຮັກສາຄວາມສະງົບໃນການສືບຕໍ່ກຳອຳນາດ ແຕ່ບໍ່ຮູ້ວ່າຈະຢູ່ດົນນານເທົ່າໃດ ? ນອກນີ້ພັກ-ຣັດກໍໄດ້ປະ ກາດ ຫ້າມການແລກປ່ຽນເງິນຕຣາຕ່າງປະເທດ ແບບເປີດເຜີຍ(ແຕ່ການແລກປ່ຽນແບບລັບໆລີ້ນັ້ນ ຍັງມີຢູ່ ແຕ່ຕ້ອງໄດ້ມີນ້ຳຮ້ອນນ້ຳຊາ), ໃຫ້ທຸກກະຊວງ ທຸກແຂວງ ຫາກຸ້ມຕົນເອງ ເນື່ອງຈາກວ່າ ບໍມີງົບປະມານມາ ລ້ຽງ ຣັຖກອນ ທະຫານ ຕຳຣວດແລະພະນັກງານຕ່າງໆ ຈຳເປັນຕ້ອງຫາກຸ້ມຕົນເອງ ບັນດາພະນັກງານ ທີ່ ຢູ່ກະຊວງ ມີລາຍໄດ້ເປັນຕົ້ນ :ພາສີ,ສ່ວຍສາອາກອນ,ປ່າໄມ້,ດ່ານເຂົ້າເມືອງ…ກໍພາກັນຂົນຂວາຍ ຫາເອົາ ຢ່າງ ບໍໄວ້ໜ້າໄວ້ຕາ ແລ້ວກໍແບ່ງປັນໃຫ້ຜູ້ມີອະພິສິດ ພາກັນອວດຮັ່ງຄູນມີ ເສັງກັນຂີ່ຣົດງາມແລະປຸກເຮືອນ ໃຫຍ່ ແບບມືໃຜຍາວສາວໄດ້ສາວກິນ ສ່ວນປະຊາຊົນກໍພາກັນທຸກຍາກປາກໝອງ, ພວກທີ່ຮັ່ງໃນການສໍ້ກົງ ບັງຫຼວງ ແມ່ນພວກທີ່ປະຕິບັດງານຕາມເມືອງ ທີ່ຢູ່ຕິດກັບຊາຍແດນໄທ. ສ່ວນພະນັກງານຢູ່ຕາມເມືອງ ຫລື ດ່ານຕິດກັບວຽດນາມບໍມີລາຍໄດ້ຫຍັງ ຊ້ຳບໍໜຳ ຍັງເຫັນແຕ່ຣົດບັນທຸກວຽດນາມມາຂົນເອົາໄມ້ແລະ ຊັພຍາ ກອນຂອງລາວ ກໍຍິ່ງພາໃຫ້ຊ້ຳໃຈ. ພວກດັ່ງກ່າວນີ້ ຖ້າຢາກໄປເຮັດວຽກຢູ່ຕາມເມືອງແຄມແມ່ນ້ຳຂອງ ຕ້ອງ ຈ່າຍໃຫ້ຜູ້ມີອະພິສິດຂອງພັກ ຢ່າງນ້ອຍ ຄຳນ້ຳຫນັກ 30 ຫາ 80 ບາດ. ພ້ອມດຽວກັນພັກ-ຣັດກໍຜລິດ”ຢາ ບ້າ” ສົ່ງໄປໄທແລະປະເທດອື່ນໆເປັນຈຳນວນຫຼາຍພັນລ້ານເມັດຕໍ່ປີ ເພື່ອເອົາເງິນໄປລ້ຽງ ທະຫານ ຕຳຣວດ, ເພາະເຫັນວ່າ ເຂົາເຈົ້າມີການເຫນັງຕີງ ເຄື່ອນໄຫວໃນຫລາຍຮູບແບບ ທີ່ສະແດງຄວາມບໍ່ພໍໃຈນ ຳພັກ-ຣັດ ແລະ ຢ້ານພວກນີ້ຈະຮື້ຟື້ນກໍ່ອາດເປັນໄດ້. ນອກຈາກການຂາຍຊັພໃນດິນສິນໃນນ້ຳ ພໍຢູ່ສືບມື້ແລ້ວ ຍັງບໍພຽງ ພໍ ພັກ-ຣັດຍັງໄດ້ເປັນໜີ້ຢືມເງິນສາກົນ ໃນປີນຶ່ງຫລາຍຮ້ອຍລ້ານດອນລາ. ນອກນີ້ ກໍ່ແມ່ນຫນີ້ເກົ່າແກ່ທີ່ພັກ-ຣັດ ໄດ້ຢືມນຳ ຣັດເຊັຽ,ຈີນ,ວຽດນາມແລະປະເທດອື່ນໆ ເພື່ອຊື້ອາວຸດ ແລະ ອຸປະກອນເສິກ ມາຕໍ່ສູ້ເອົາອຳ ນາດ , ມາບັດນີ້ ມັນແມ່ນຜົນສະທ້ອນອັນໃຫຍ່ຫລວງ ເພາະເຂົາຖາມເອົາຫນີ້ຄືນ ພັກແລະຣັດບໍ່ມີເງິນ ໃຊ້ຈຳ ເປັນຕ້ອງເອົາດິນດອນຕ່ອນຫຍ້າ ຊັພຍາກອນທັມຊາດ ຫລື ມໍຣະດົກ ທີ່ບັນພະບູຣຸດລາວໄດ້ຮັກສາ ໂດຍເອົາ ຊີວິດປະກັນ ຈຶ່ງໄດ້ສືບທອດມາເຖິງທຸກມື້ນີ້, ເມື່ອທ້າຍປີຜ່ານມາ ຣັດເຊັຽໄດ້ປະກາດ ໃຫ້ການງົດຫນີ້ອອກ ຈາກລາວຈຳນວນ 750 ລ້ານໂດລາ ໃນຈຳນວນ 1,5 ພັນລ້ານ ແລະ ໃຫ້ເຫລືອໄວ້ແຕ່ ເຄິ່ງດຽວ ເພື່ອໃຫ້ໃຊ້ ໃນໄລຍະ 30 ປີ. ຫນີ້ທັງຫມົດທີ່ພັກ-ຣັດໄດ້ຢືມມາແຕ່ສໄມສົງຄາມ ເພື່ອກໍ່ເສິກສົງຄາມແລະ ຫນີ້ປະຈຸບັນ ນີ້ ກໍ່ຈະຕົກເປັນພາລະອັນຫນັກຫນ່ວງໃຫ້ແກ່ເຍົາວະຊົນລາວ ທີ່ຈະສືບໃຊ້ແທນໃນອະນາຄົດ.
ພີ່ນ້ອງຢູ່ພາຍໃນ ແລະ ນອກປະເທດ ທີ່ນັບຖື ມັນສົມຄວນບໍ ທີ່ຈະປະປ່ອຍໃຫ້ຜູ້ນຳປະຈຸບັນ ທີ່ຂາດ ຄວາມສາມາດ ຂາດຄວາມຮັກຊາດ ດັ່ງພວກເຮົາໄດ້ເຫັນມາເປັນເວລາ 30 ກວ່າປີແລ້ວ ດຳເນີນການປົກ ຄອງແບບຜະເດັດການນີ້ຕໍ່ໄປ ? ຫລືວ່າພວກເຮົາພໍໃຈແລ້ວ ? ປະເທດລາວເປັນຂອງພີ່ນ້ອງທຸກຄົນ ແລະ
ພວກເຮົາໄດ້ອົດເບິ່ງປະຊາຊົນລາວຢູ່ຕາມເມືອງແລະບ້ານນອກທີ່ຕົກທຸກໄດ້ຍາກມາດົນນານແລ້ວ ພວກເຮົາ
ຄວນຮ່ວມແຮງຮ່ວມຈິດໃຈຮ່ວມພລັງທຸກຮູບແບບເພື່ອສະສາງປະຕິຮູບລະບອບການປົກຄອງຊຶ່ງຢູ່ສືບມື້ ແລະ
ຖ່ວງດຶງຄວາມກ້າວຫນ້າຂອງຊາດ, ເມີນເສີຽຕໍ່ຊະຕາກັມແລະບໍ່ໄດ້ເບິ່ງແຍຄວາມສຸກທຸກປະຊາຊົນ. ສະນັ້ນ ພວກເຮົາ ”ສະພາຮ່ວມຊາດລາວ” ຈຶ່ງຂໍຮຽກຮ້ອງຂໍຄວາມຮວ່ມມືນຳທຸກທ່ານເພື່ອໃຫ້ມີການປຽ່ນແປງທິດ ທາງການປົກຄອງໃນລາວໂດຍສັນຕິວິທີ ແບບ”ອ້າຍຮູ້ສອງນ້ອງຮູ້ຫນຶ່ງ”, ດັ່ງນັ້ນ ຈຶ່ງເຫັນວ່າ ແມ່ນຫນ້າ ທິຂອງພວກເຮົາທຸກຄົນ ຈະຕ້ອງຕໍ້ສູ້ເອົາສິດຂອງຄວາມເປັນລາວ ຄວາມເປັນເອກຣາດຂອງຊາດບໍ່ຢູ່ໃຕ້ອຳ ນາດຕ່າງດ້າວ, ໃຫ້ມີເສຣີພາບປະຊາທິປະໄຕແລະພະລາດອນພາບ, ໃຫ້ປະຊາຊົນລາວທຸກຖ້ວນໜ້າມີ ຄວາມ ຢູ່ດີກິນດີ, ມີຍຸດຕິທັມໃນສັງຄົມ ແລະ ມີຄວາມຫວັງອັນແຈ່ມໄສໃນອະນາຄົດ.
ສອນ ທະນູສິນ
Thanousil
Chargement