ບັນດາການຈັດຕັ້ງຕໍ່ສູ້ເພື່ອປະຊາທິປະໄຕ ຮ່ວມກັນປະທ້ວງ ຜະເດັດການໃນເອເຊັຍ
Manifestations des Mouvements en lutte pour la Liberté , la Démocratie et les Droits de l’homme contre les Dirigeants dictatoriaux et corrompus des Pays asiatiques :
ການປະທ້ວງທີ່ເດີ່ນ ”ຈະຕຸຣັດ ສິດທິມະນຸດ” (ໂຕຣກາເດໂຣ) ປາຣີສ 16 , ເມື່ອວັນທີ 22 ຕຸລາ 2011 ຜ່ານມາ ຊື່ວ່າ ”ປະທ້ວງສາກົນ ເພື່ອປະນາມລະບອບຜະເດັດການໃນເອເຊັຍ” , ຂອງບັນດາຂະບວນການຕໍ່ສູ້ເພື່ອເສຣີ ພາບ, ປະຊາ ທິປະໄຕ ແລະ ສິດທິມະນຸດ, ຢ່າງສນັ່ນຟົດຟື້ນ,ຕີຄ້ອງ,ຕີກອງ,ຮ້ອງເພັງ ດ່າຜະເດັດການ ສໍ້ໂກງ.
ວັນທີ 10 ທັນວາ 2012 ເປັນວັນຄົບຮອບ 63 ປີ ຂອງການ ”ປະກາດສາກົນກ່ຽວກັບສິດທິມະນຸດ”, ບັນດາຂະບວນ ການຢູຣົບແລະເອເຊັຍ ຊຶ່ງເປັນການຈັດຕັ້ງ ຕາງຫນ້າ : ຂເມັນ, ລາວ, ວຽດນາມເສຣີ, ຕີເບດ, ຈີນປະຊາທິປະໄຕ, ພະມ້າ, ໄທ, ຟຣັ່ງ, ເກົາຫລີ ແລະ ບັນດາຊົນຊາດ ຊົນເຜົ່າ ເປັນຕົ້ນ ອຸຍງວກ, ສານ…ໄດ້ຮ່ວມກັນປະທ້ວງ ຢູ່ທີ່ ເດີ່ນນ້ຳພຸ ”ແຊງມີແຊລ-ໂນຕເຣີດາມ” ປາຣີສ 5, ຢ່າງຟົດຟື້ນ , ມີການຕີຄ້ອງ , ຕີກອງ, ກ່າວປະນາມ ບັນດາຜູ້ນຳຜະເດັດການ ໃນປະເທດເອເຊັຍ .
ວັນທີ 07 ມົກກະຣາ 2012 ເປັນວັນຄົບຮອບ ຂອງ ”ການບຸກຍຶດຄອງກຳພູຊາໂດຍແກວຄອມມຸນິດ”, ບັນດາການ ຈັດຕັ້ງ ແລະ ຂະບວນການຕ່າງໆ ທີ່ຕໍ່ສູ້ ເພື່ອປະຊາທິປະໄຕ ໄດ້ຮ່ວມກັນປະທ້ວງ ຕໍ່ຫນ້າ ສະຖານທູດວຽດນາມ ທີ່ ປາຣີສ ຄູ້ມ16 , ໄດ້ຮ້ອງໂຮ ເປັນສຽງດຽວ ຢ່າງຟົດສນັ່ນ ເພື່ອປະນາມ ແກວຜູ້ຣຸກຣານ ຂເມນ ແລະ ລາວ ແລະ ພ້ອມພາກັນຈູດທຸງຄອມມຸນິດແກວ , ຈູດ ຮູບໂຫຈິມິນ , ພວກເຮົາໄດ້ສເນີຈູດ ”ສັນຍາມິຕພາບແບບພິເສດ ລາວ-ວຽດນາມ”, ລົງວັນທີ 18 ກໍຣະກະດາ 1977 , ທີ່ພວກຜະເດັດການລາວ ໄດ້ມອບອຳນາດທຸກຢ່າງແລະປະເທດຊາດ ອັນແສນຮັກແລະຫວງແຫນຂອງລາວ ໃຫ້ແກວຄອບຄອງ.
ການເຄື່ອນໄຫວຂອງ ”ສະພາຮ່ວມຊາດລາວເພື່ອປະຊາທິປະໄຕ” , ໃນການເຂົ້າພົບ ມະຫາອຳນາດ , ປະເທດເພື່ອນມິດແລະອົງການສາກົນ , ພົວພັນການຈັດຕັ້ງທາງພາຍໃນແລະນອກປະເທດ , ພ້ອມທັງການປະທ້ວງຕໍ່ ສູ້ ຮ່ວມກັບບັນດາປະເທດເສຣີ ແບບທີ່ໄດ້ປະຕິບັດມານັ້ນ, ຈະບໍ່ຢຸດຢັ້ງແລະ ຈະມີຕໍ່ໆໄປ ຈົນກວ່າຈະມີການຫັນປ່ຽນທິດທາງການເມືອງໃນລາວ , ທັງນີ້ ກໍ່ເພື່ອຢາກໃຫ້ ປະຊາຊົນລາວ ພົ້ນອອກ ຈາກຄວາມທຸກຍາກ ດ້ອຍພັທນາ, ໃຫ້ໄດ້ຢູ່ດີກິນດີ , ມີສິດເສຣີພາບ , ມີຍຸຕິທັມໃນສັງຄົມ ແລະ ມີຄວາມຫວັງອັນແຈ່ມໃສ ໃນອະນາຄົດ.
www.lao-national-council.com
lao_nc@yahoo.fr








Chargement